ການຈັດຕັ້ງບ້ານ



        ບົນເສັ້ນທາງເລກທີ 13 ໃຕ້ ອອກຈາກຕົວເມືອງປາກເຊ ມຸ້ງໜ້າສູ່ທິດເໜືອ, ຮອດກິໂລແມັດທີ 13 ກໍຈະມີທາງແຍກເບື້ອງຊ້າຍມື (ທາງແບ່ງ) ເຂົ້າບ້ານສະຜ່າຍ ປະມານ 3 ກິໂລແມັດ ຊື່ເຂົ້າບ້ານເລີຍ.
“ສະຜ່າຍ” ເປັນຊື່ບ້ານໜຶ່ງທີ່ມີປະຫວັດສາດ ແລະ ວັດທະນະທຳອັນຍາວນານ ມາຫຼາຍຮ້ອຍປີ ຕັ້ງຢູ່ເນື້ອທີ່ດິນຮາບພຽງ ແຄມແມ່ນ້ຳຂອງ ມີຫ້ວຍຂັ້ນ ທາງທິດເໜືອ ແລະ ທິດໃຕ້, ທິດເໜືອຕິດກັບບ້ານໂຢງ (ຫ້ວຍສະຜ່າຍ) ທິດຕາເວັນອອກຕິດກັບບ້ານທາງແບ່ງສີວິໄລ ທິດໃຕ້ຕິດກັບບ້ານນາຂວ້າງ (ຫ້ວຍສະຜ່າຍ-ນາຂວ້າງ) ທິດຕາເວັນຕົກຕິດກັບແມ່ນ້ຳຂອງ 

ດາວໂຫລດ: ໂຄງຮ່າງການຈັດຕັ້ງບ້ານສະຜ່າຍ 
2014-2015
     
   ເນື້ອທີ່
-       ບ້ານສະຜ່າຍມີເນື້ອທີ່ທັງຫມົດ 940,1 ເຮັກຕາ
-       ເນື້ອທີ່ນາ 672,6 ເຮັກຕາ
-       ເນື້ອທີ່ນາແຊງ 50 ເຮັກຕາ
-       ເນື້ອທີ່ປຸກສ້າງ 263,75 ເຮັກຕາ
-       ເນື້ອທີ່ອື່ນໆ 3,75 ເຮັກຕາ
ຈຳນວນປະຊາກອນ:
-       ປະຊາກອນທັງຫມົດມີ 4254 ຄົນ, ຍິງ 2201 ຄົນ
-       ມີ 775 ຫລັງຄາເຮືອນ, ມີ 730 ຄອບຄົວ
-       ແຮງງານຕົ້ນຕໍ 1822 ຄົນ, ຍິງ 600 ຄົນ
-       ແຮງງານສຳຮອງ 812 ຄົນ, ຍິງ 508
-       ຜູ້ເຖົ້າ 610 ຄົນ, ຍິງ 400 ຄົນ
-       ເດັກ 1010 ຄົນ, ຍິງ 693 ຄົນ
ສະພາບທີ່ຢູ່ອາໃສ
-       ເຮືອນກໍ່ສອງຊັ້ນ 6 ຫັລງ ກວມເອົາ 0,77 %
-       ເຮືອນກໍ່ໜຶ່ງຊັ້ນ 105 ຫລັງ ກວມເອົາ 13,54%
-       ເຮືອນເຄີ່ງກໍ່ເຄື່ອງໄມ້ 470 ຫຼັງ ກວມເອົາ 60,64%
-       ເຮືອນໄມ້ຖາວອນ 194 ຫຼັງ ກວມເອົາ 25,03%