ການສຶກສາ



-       ວຽກງານດ້ານການສຶກສາ
-       ມີການຂະຫຍາຍຕົວແລະໄດ້ຮັບດີຂື້ນ ເດັກໃນເກນອາຍຸ ແມ່ນໄດ້ເຂົ້າຮຽນ 100%  ພາຍໃນບ້ານມີ ໂຮງຮຽນອະນຸບານ 3 ແຫ່ງ, ເອກະຊົນ 1 ແຫ່ງ. ມີນັກຮຽນທັງຫມົດ 147 ຄົນ, ຍິງ 72 ຄົນ
-       ຄູສອນ 7 ຄົນ, ຍິງ 7 ຄົນ.
-       ມີໂຮງຮຽນປະຖົມ 2 ແຫ່ງ, ມີນັກຮຽນທັງຫມົດ 280 ຄົນ, ຍິງ 137 ຄົນ. ຄູສອນ 29 ຄົນ, ຍິງ 23 ຄົນ.
-       ມີໂຮງຮຽນ ມ.ຕົ້ນສົງ 1 ແຫ່ງ ມີນັກຮຽນທັງຫມົດ 139 ອົງ, ຄູສອນ 16 ຄົນ, ພຣະສົງ 3 ອົງ.
-       ມີໂຮງຮຽນ ມັດທະຍົມສົມບູນ 1 ແຫ່ງ ມີນັກຮຽນທັງຫມົດ 1037 ຄົນ, ຍິງ 487 ຄົນ. ຄູສອນ 65 ຄົນ, ຍິງ 45 ຄົນ. ການຄຸ້ມຄອງການສຶກສາແມ່ນມີ ຫ້ອງການ ອຸປະກອນເພື່ອຮັບໃຊ້ການສິດສອນຢ່າງເປັນລະບົບ.
-       ໃນນັ້ນທາງ  ໂຮງຮຽນ ໄດ້ລະດົມທຶນ ເຂົ້າໄຟຟ້າ ໄດ້ທັງຫມົດ 45.000.000 ກີບ ພັນທະໄດ້ 27.000.000 ກີບ.
-       ໂຮງຮຽນປະຖົມສົມບູນໂພນແກ້ວ ໄດ້ຮັບທຶນກໍ່ສ້າງຈາກພຣະອາຈາຣຍ໌ ພູສະຫວັນ ພັນທະບົວລີ ຈຳນວນເງິນ 2.520.000.000 ກີບ.
-       ໂຮງຮຽນປະຖົມສົມບູນ ໄດ້ຮັບເງິນຈາກການລະດົມ ຈາກນັກຮຽນ ແລະຫົວໜ່ວຍທຸລະກິດ 8.720.000 ກີບ.
-       ສັງລວມແລ້ວ ບ້ານສະຜ່າຍແມ່ນບ້ານຕົວແບບທາງດ້ານການສຶກສາ ໃນປີ 2008-2009