ປະຫວັດ ວັດອະຣັນຍະວາສີ ວັດທົ່ງໂພໄຊ (ບ້ານສະຜ່າຍ ເມືອງຊະນະສົມບູນ ແຂວງຈຳປາສັກ
ພາຍຫຼັງ ພສ 1500 ວັດທະນະທຳຂອມ ຈາກທະເລສາບກໍາປູເຈຍແຜ່ເຂົ້າສູ່ພາກໃຕ້ຂອງລາວ ແລະ ອີສານ ຂະນະດຽວ ກັນ ການຄ້າໂລກກວ້າງຂວາງຂຶ້ນ ເຮັດໃຫ້ບໍລິເວນສອງຝັ່ງແມ່ນ້ຳຂອງທີ່ມີຊັບພະຍາກອນມັ່ງຄັ້ງສົມບູນ ມີບ້ານເມືອງແຜ່ກະຈາຍໄປທຸກສະຖານທີ່.
ຕົ້ນຣາຊະວົງກະສັດກຳປູເຈຍຢູ່ລຸ່ມແມ່ນ້ຳມູນ ເພາະບໍລິເວນຕົ້ນນ້ຳມູນ ຕັ້ງແຕ່ເຂດຜາສາດພະນົມວັນ ຜາສາດຫີນພະນົມຣຸ້ງ ເປັນຖິ່ນເດີມຫຼືຖິ່ນບັນພະບຸຣຸດກ່ຽວດອງເປັນ ”ຍາດພີ່ນ້ອງ” ຂອງກະສັດຂອມທີ່ສະຖາປານາ ອານາຈັກຂອມ ກໍ່ສ້າງຜາສາດຫີນສຳຄັນໄວ້ໃນພາກໃຕ້ຂອງລາວ ແລະ ອີສານຫຼາຍແຫ່ງ ເຊັ່ນ: ຜາສາດເຂົາພະວິຫານ, ວັດພູຈຳປາສັກ, ພະທາດສາມປາງ, ໂຕະໂມະ.
ຮູບສະຫຼັກຂະບວນແຫ່ທະຫານ ໃນພິທີກັມສັກສິດເທິງລະບຽງຜະສາດນະຄອນວັດ ສະແດງໃຫ້ເຫັນເຖິງຄວາມສຳພັນ “ຍາດພີ່ນ້ອງ” ລະຫວ່າງກະສັດຂອມກັບບ້ານເມືອງແວ່ນແຄວ້ນຕ່າງໆ ທີ່ຢູ່ອອ້ມແອ້ມ ແລະ ໃກ້ຄຽງຫຼືຫ່າງໄກອອກໄປ ແລະ ຍັງບອກໃຫ້ຮູ້ເຖິງ “ເຄືອຂ່າຍ” ທາງການຄ້າພາຍໃນເສັ້ນທາງຄົມມະນາຄົມ-ການຄ້າຄັ້ງນັ້ນ ເຊັ່ນ: ຄົນພື້ນເມືອງຫຼາຍຊາດພັນບໍລິເວນສອງຝັ່ງແມ່ນ້ຳຂອງທີ່ມີວຽງຈັນເປັນສູນກາງ.
ຫຼັງ ພ.ສ 1700 ບໍລິເວນສອງຝັ່ງແມ່ນ້ຳຂອງແລະອີສານຢູ່ໃນອິດທິພົນ ແລະ ວັດທະນະທຳຂອງພະເຈົ້າໄຊຍະວໍລະມັນທີ 7 ມະຫາຣາຊະອານາຈັກຂອມທີ່ແຜ່ຂະຫຍາຍອຳນາດຂຶ້ນສູງສຸດ ໃນລະຫວ່າງຫຼັງ ພ.ສ 1700 ມີລາຍຊື່ເມືອງຕ່າງໆ ປະມານ 20-30 ເມືອງ (ໃນຈາລຶກຜາສາດພຣະຂັນ) ຢູ່ເສັ້ນທາງຕັ້ງແຕ່ທະເລສາບເຖິງສອງຝັ່ງແມ່ນ້ຳຂອງລາວ-ອີສານ.
ວັດໂພໄຊສະຜ່າຍ ເມືອງຊະນະສົມບູນ ແຂວງຈຳປາສັກ ເປັນທີ່ຮູ້ກັນ ຊ່າລືກັນ ແລະ ເປັນທີ່ເຄົາລົບນັບຖືຂອງ ປະຊາຊົນຊາວບ້ານສະຜ່າຍ ຜາສາດຫີນວັດໂພໄຊບໍ່ໄດ້ຮັບການຂຸດຄົ້ນຢ່າງເປັນລາຍລັກອັກສອນ ພຽງແຕ່ໄດ້ຖືກຂຸດຄົ້ນພົບ ເມືອໄດ້ມີການປຸກສ້າງພັດທະນາສິມມາ ແລະ ສາລາໂຮງທັມ ເນື່ອງຈາກໄດ້ມີການສ້າງພັດທະນາສິມໃສ່ ຈິ່ງໃຫ້ເຮັດພາກສ່ວນ ວັດທະນະທຳ ບໍ່ໄດ້ສະເຫນີຂຸດຄົ້ນ ເພື່ອເປັນແຫຼ່ງຮຽນຮູ້ ແລະ ທ່ອງທ່ຽວ ຢ່າງໃດກໍຕາມອີງໃສ່ຄວາມຮຸ່ງເຮືອງຂອງອາຣິຍະທຳ ການກໍ່ສ້າງຜາສາດຫີນ ຮຸ່ງເຮືອງໃນສັດຕະວັດທີ 5-6 ຂອງນະຄອນເສດຖາປູຣະ (ວັດພູຈຳປາສັກ) ເຊື່ອວ່າ ຜາສາດຫີນວັດໂພໄຊໄດ້ຮັບການກໍ່ສ້າງ ພາຍຫຼັງວັດພູຈຳປາສັກ ເພື່ອຂະຫຍາຍອານາເຂດ ແລະ ຄວາມຮຸ່ງເຮືອງຂອງວັດທະນະທຳບັນດາເຜົ່າ ຂອງພະເຈົ້າໄຊຍະວໍລະມັນ ເພື່ອຖວາຍໃຫ້ກັບພຣະສິວະ ຫລື ເທບພະເຈົ້າສູງສຸດຂອງຊາວຮິນດູທີ່ໄດ້ຮັບອິດທິພົນ ມາຈາກປະເທດອິນເດຍນັ້ນ ແລະ ນອກເໜືອຈາກນີ້ ວັດໂພໄຊແຫ່ງນີ້ຍັງຖືກເລົ່າຂານກັນມາວ່າເປັນສະຖານທີ່ສັກສິດ ແລະ ມີໜອງນ້ຳທຳມະຊາດທີ່ຖືກຂຸດເຈາະຕາມຄວາມເຊື່ອຂອງຊາວຮິນດູ ເຊີ່ງຈະຕ້ອງມີສະນ້ຳ ທາງທິດຕາເວັນອອກຂອງຜາສາດ (ເຊັ່ນດຽວກັບວັດພູ, ອັງກໍວັດ, ພະທາດສາມປາງ ແລະ ...) ປະຈຸບັນເອີ້ນຊື່ວ່າ “ໜອງພະຄະເນດ ຫລື ສະເນດ ຕາມສຳນຽງສຽງ” ເອີ້ນຕາມຊື່ ພຣະສີໂຫ (ພຣະພິກຄະເນດ) ເຊີ່ງສັນນິຖານວ່າເປັນບໍ່ນ້ຳທີ່ສ້າງຂຶ້ນ ເພື່ອຊະຮະສິ່ງຊົ່ວຮ້າຍອອກຈາກຕົວຕົນ ແລະ ສິ່ງບໍ່ດີບໍ່ງາມອອກຈາກຮ່າງກາຍ ຂອງນັກສະແຫວງບຸນທັງຫຼາຍ
ເຖີງຢ່າງໃດກໍຕາມ ຜ່ານຍຸກສະໄໝ ຜ່ານການເວລາ ຄວາມຮຸ່ງເຮືອງກໍໄດ້ມອດດັບລົງ ເຫມືອນທຽນທີ່ຈູດຂຶ້ນໃນເບື້ອງຕົ້ນ ຮຸ່ງເຮືອງໃນທ່າມກາງ ແລະ ກໍຄ່ອຍໆມອດດັບລົງໃນເວລາຕໍ່ມາ ເຮັດໃຫ້ຕົວຜາສາດ ຫລື ເທວະໄລ ໄດ້ຜຸພັງເປ່ເພລົງ ແລະ ຖືກທັບຖົມດ້ວຍດິນແລະນ້ຳ ເປັນປ່າຮົກເຮືອ ມາຫຼາຍຊົ່ວອາຍຸຄົນ. ພາຍຫຼັງພຣະເຈົ້າຟ້າງຸ່ມມະຫາຣາຊ ໄດ້ນຳພຣະພຸດທະສາສະໜາເຂົ້າມາລາວ ແລະ ສືບຕໍ່ເຜີຍແຜ່ຈົນຮຸ່ງເຮືອງມາຮອດເຂດບ້ານສະຜ່າຍ ປະຊາຊົນກໍໄດ້ຫັນເອົາ ພຣະພຸດ, ພຣະທັມ ແລະ ພຣະສົງ ເປັນສາລະນະທີ່ເພີ່ງ ແລະ ຮັບເອົາວັດທະນະທຳປະເພນີອັນດີງາມຂອງຊາວພຸດ ມາຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ຮີດ 12 ຄອງ 14 ແລະ ຢືດຖືຫຼັກທັມທາງພຸດທະສາໜາເປັນຕົ້ນມາ, ວັດສະຜ່າຍກາງ ວັດສະຜ່າຍເໜືອ ແລະ ວັດສະຜ່າຍໂພນແກ້ວ ແມ່ນໄດ້ຖືກສ້າງຂຶ້ນກ່ອນ ສ່ວນວັດໂພໄຊ ແມ່ນຖືກສ້າງຕັ້ງຂຶ້ນນຳຫຼັງໝູ່ ເຊີ່ງເມື່ອກ່ອນເປັນເຂດປ່າຊ້າເກົ່າຂອງບ້ານ ພາຍຫຼັງມາກໍໄດ້ມີການມີການຖາກຖາງ ເຮັດປະເພນີບຸນເຂົ້າເໝົ້າ ຈັດຂຶ້ນທຸກໆປີຂອງບ້ານ ແລະ ມາຮອດລະວ່າງປີ 1950 – 1960 ເປັນຕົ້ນມາ ພຣະອາຈາຣຍ໌ ປຸ່ຈັນ (ນາຫລົ້ງ) ໄດ້ເລີ້ມນຳພາສ້າງວັດ “ອະຣັນຍະວາສີ” ໝາຍເຖີງ: ວັດປ່າ (ອະຣັນຍະ ແປວ່າ: ປ່າ: ວາສີ ແປວ່າ: ວັດ) ແລະ ກໍ່ມີພໍ່ແມ່ຄູບາອາຈາຣຍ໌ ອີກຫຼາຍອົງສືບຕໍ່ນຳພາສ້າງພາສ້າງສາ ວັດວາອາຮາມ ຈົນມາຮອດປະຈຸບັນ.
ວັດທົ່ງໂພໄຊ ປະຈຸບັນo ລຳດັບ ພຣະປົກຄອງວັດ: ອະຣັນຍະວາສີໂພໄຊສະຜ່າຍ
ພຣະອາຈາຣຍ໌ ປູ່ຈັນ (ບ້ານນາຫຼົ້ງ)
ພຣະອາຈາຣຍ໌ ສົມຈິດ (ສະຜ່າຍເໜືອ)
ພຣະອາຈາຣຍ໌ ບຸນຄ້ຳ (ນ້ອງພໍ່ໃຫຍ່ເຮົ້າສະຜ່າຍເຫນືອ)
ພຣະອາຈາຣຍ໌ ສຸລົດ
ພຣະອາຈາຣຍ໌ ຄຳພັນ ກະຕິນໂຄກ
ພຣະອາຈາຣຍ໌ ວັນນາ
ພຣະອາຈາຣຍ໌ ມະຫາວັງ ສີທາຄຳ 8 ປີ - ປີ 1973 ( ນຳພາສ້າງກຸດຕິໃຫຍ່)
ພຣະອາຈາຣຍ໌ ປູ່ຄຳຫລ້າ ສີທາຄຳ 1973-2014 (ນຳພາສ້າງ ພັດທະສິມາ, ສາລາໂຮງທັມ ແລະ ກຸດຕິໃໝ່)
ພຣະອາຈາຣຍ໌ ບົວແກ້ວ ແກ້ວວົງສາ 2011-2013 (ນຳພາສ້າງປະຕູໂຂງ, ກຳແພງ)
ພຣະອາຈາຣຍ໌ ແກ່ນຈັນ ຈັນທະວົງ (ນຳພາສ້າງ ພຣະພຸດທະຮູບ ສວນດອກໄມ້)
ພຣະອາຈາຣຍ໌ ປູ່ທ່ອນ
ພຣະອາຈາຣຍ໌ ດາວເຮືອງ ສົມວິຈິດ
ພຣະອາຈາຣຍ໌ ທະນູທອງ (ເສົາ) ແກ້ວອຸດອນ 2016 - ປະຈຸບັນ (ນຳພາສ້າງ ຫໍໄຫວ້ພຣະເຈົ້າສີໂຫ) ເທເດີ່ນຄອນກີດ (ສັດທາ ທ່ານ ລັດຕະນະມະນີ ຄູນນິວົງ) ກຸດຕິໃຫມ່ຂ້າງຫໍກອງ.
ຂຽນ ແລະ ຮຽບຮຽງໂດຍ: ສ.ຊະນະ.ຈຳປາ (ພູມິນ ໄຊຍະຈັກ)